ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື ກ່ຽວ​ກັບ​ການ​ວາງ​ແຜນຜັງ​
ນະຄອນຫຼວງຮ່າ​ໂນ້ຍ ໄລຍະ 2021- 2030

     ວິທະຍຸ​ກະຈາຍສຽງ​ຫວຽດນາມ ລາຍ​ງານ​ໃຫ້​ຮູ້​ໃນ​ວັນ​ທີ 20 ມິຖຸນາ 2024 ຜ່ານ​ມາ​ນີ້​ວ່າ: ໂດຍ​ສືບຕໍ່​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 7,
ສະພາ​ແຫ່ງ​ຊາດ​ຊຸດ​ທີ XV, ຕອນ​ເຊົ້າ​ວັນ​ທີ 20 ມິຖຸນາ 2024 ຜ່ານ​ມາ, ສະພາ​ແຫ່ງ​ຊາດ​ຫວຽດນາມ ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ ວາງ​ແຜນ
ຜັງ​ນະຄອນຫຼວງ​ຮ່າ​ໂນ້ຍ ໄລຍະ 2021-2030, ວິໄສ​ທັດ​ຮອດ​ປີ 2050; ຮ່າງ​ປັບປຸງ​ສັງ​ລວມ​ການ​ວາງ​ແຜນຜັງ​ລວມ​ ນະຄອນຫຼວງ​ຮ່າ​ໂນ້ຍ​ ຮອດ​
ປີ 2045, ວິໄສ​ທັດ​ຮອດ​ປີ 2065, ຫຼັງ​ຈາກ​ນັ້ນ, ສະພາ​ແຫ່ງ​ຊາດ ຍັງ​ໄດ້​ປຶກສາ​ຫາລື​ເປັນ​ກຸ່ມ ກ່ຽວ​ກັບ​ຮ່າງ​ກົດໝາຍ​ສະບັບ​ປັບປຸງ, ເພີ່ມ​ເຕີມ​ບາງ​
ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ, ກົດໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່, ກົດໝາຍ​ວ່າ​ດ້ວຍ​ການ​ດຳເນີນ​ທຸລະ​ກິດ​ອະສັງຫາລິມະ​ຊັບ ແລະ ກົດໝາຍ​ວ່າ​ດ້ວຍ
​ບັນດາ​ອົງ​ການຈັດຕັ້ງ​ສິນ​ເຊື່ອ.

     ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ສະພາ​ແຫ່ງ​ຊາດ ໄດ້​ຈັດ​ກອງ​ປະຊຸມ​ຄົບ​ຄະນະ​ຢູ່​ຫໍ​ປະຊຸມ ເພື່ອ​ຮັບ​ຟັງ​ການ​ອະທິບາຍ​ໃບ​ສະເໜີ ແລະ ບົດ​ລາຍ​ງານ
​ຕີ​ລາຄາ​ຄຸນ​ນະ​ພາບ​ຮ່າງ​ກົດໝາຍ​ການ​ວາງ​ແຜນຜັງ​ຕົວ​ເມືອງ ແລະ ການ​ວາງ​ແຜນຜັງ​ຊົນນະບົດ; ການ​ອະທິບາຍ​ໃບ​ສະເໜີ ແລະ ບົດ​ລາຍ​ງານ​ຕີ​ລາຄາ
​ຄຸນ​ນະ​ພາບ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທໍລະນີ​ສາດ ແລະ ບໍ່​ແຮ່.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 24/06/2024